วันพฤหัสบดีที่ 16 ธันวาคม พ.ศ. 2553

ຊ່າງໄມ້ພໍ່ລູກ

ການເວລາຄັ້ງໜຶ່ງມາດົນແລ້ວ ມີຄົນສອງພໍ່ລູກປະກອບອາຊີບເປັນຊ່າງໄມ້ ຫາລາຍໄດ້ຈາກເຮັດເຄື່ອງມືເຄື່ອງໃຊ້ ໂຕະ ຕູ້ຕຽງ ຫາລ້ຽງຊີບ ໄປຕາມພາສາຄົນບ້ານນອກບ້ານນາ
      ຊ່າງໄມ້ຜູ້ເປັນພໍ່ໄດ້ຖ່າຍທອດວິຊາໃຫ້ເເກ່ລູກຊາຍຈົນໝົດສິ້ນ ລູກຊາຍຈິງມີຝີມືທີ່ຍອດຍ້ຽມຫລາຍ ແຕ່ມີຂໍ້ເສຍຢູ່ຢ່າງດຽວ ຄືລູກຊາຍຄົນນີ້ເປັນຄົນຂີ້ໂມໂຫ ໃຈຮ້ອນ
      ມີມື້ໜຶ່ງໃນຂະນະຊ່າງໄມ້ສອງພໍ່ລູກ ເຮັດວຽກຢູ່ນຳກັນ ຜູ້ເປັນພໍ່ກຳລັງເລື່ອຍໄມ້ ສ່ວນລູກໍາຍກຳລັງຕອກຕາປູຢູ່ໄກ້ໆ ປາກົດວ່າມີແມງວັນໂຕໜຶ່ງມາຈັບຢູ່ຫົວລ້ານໆຂອງພໍ່ ເພີ່ນລຳຄານແມງວັນໂຕນັ້ນແຮງ ຊິເອົາມືປັດອອກ ມືກະຄາເລື່ອຍໄມ້ຢູ່ ເພີ່ນກະເລີຍເອີ້ນໃຫ້ລູກຊາຍຊ່ວຍຈັດການແມງວັນໂຕນັ້ນໃຫ້ ລູກຊາຍໃນຂະນະນັ້ນກຳລັງໃຊ້ໄມ້ຄ້ອນຕອກຕາປູຢູ່ ໂປ໊ກໆໆ ພໍດີ ພຊຮູ້ວ່າແມງວັນມາບັງອາດຈັບຫົວພໍ່ຕົນເອງ ກະເລີຍຢາກຮ້າຍໃຫ້ແມງວັນໂຕນັ້ນແຮງ ຈິງໄດ້ເອົາໄມ້ຄ້ອນໃນມືຕົນໄປໂຍນໃສ່ຫົວພໍ່ຂອງຕົນຈົນໝົດແຮງ
      ຜົນກະຄືແມງວັນໂຕນັ້ນຕາຍໄປພ້ອມໆກັບພໍ່ຂອງຕົນກະດູດຫົວຂອງພໍ່ແຕກກະຈັກກະຈາຍອອກ 
     ນິທານເລື່ອງນີ້ສອນໃຫ້ຮູ້ວ່າ :
ຄົນເຮົາເຖິງແມ່ນວ່າຢາກຈະຊ່ວຍເຫລືອຄົນອື່ນ ຫລືຊ່ວຍເຫລືອສັງຄົມ ແຕ່ຖ້າໃຊ້ວິທີການແກ້ບັນຫາ ທີ່ເຕັມໄປດ້ວຍຄວາມໂກດ ຄວາມຄຽດແຄ້ນ ຄວາມຊັງ ແລະອາລົມ ໂດຍບໍ່ໄດ້ໃຊ້ສະຕິປັນຫາໃຕ່ຕອງຫຍັງເລີຍ ວ່າແມ່ນຫຍັງຈະເກີດຂື້ນຫລັງຈາກເຮັດໄປແລ້ວ ຫລືໃຊ້ວິທີທາງທີ່ຮຸນແຮງ ເຖິງແມ່ນວ່າຈະມີຄວາມຊະໃຈຂອງຄົນທົ່ວໄປ ມີຄົນເຊຍຢ່າງຫລວງຫລາຍ ແຕ່ຜົນກະທົບຂ້າງຄຽງຈະເກີດຈະຕາມມາ ມັນຈະຮ້າຍແຮງ ຈົນຄາດບໍ່ເຖິງ ດັງຕົວຢ່າງນິທານຂ້າງຕົ້ນນີ້.

3 ความคิดเห็น: